ກ່ຽວກັບການສຳຫຼວດເງີນເດືອນ

salary docgraph on ipad

ການສຳຫຼວດເງິນເດືອນແມ່ນຫຍັງ?

ການສຳຫຼວດເງິນເດືອນແມ່ນເປັນເຄື່ອງມືທີ່ນຳໃຊ້ໃນການປຽບທຽບການຈ່າຍເງິນເດືອນໃຫ້ພະນັກງານ ແລະ ເປັນມາດຕະຖານໃນການປຽບທຽບວ່າ ບໍລິສັດ/ອົງກອນຂອງເຮົາຈ່າຍເງິນເດືອນໃຫ້ພະນັກງານເໝາະສົມແລ້ວ ຫຼື ບໍ ເມື່ອທຽບກັບບໍລິສັດ/ອົງກອນອື່ນໆໃນຂົງເຂດດຽວກັນ

man holding boxworking office

ຄວາມສຳຄັນຂອງການສຳຫຼວດເງິນເດືອນ

ການສຳຫຼວດເງິນເດືອນແມ່ນມີຄວາມສຳຄັນ ໃນການປະເມີນຄ່າຈ້າງຂອງພະນັກງານ, ເປັນປະໂຫຍດໃນການຈ້າງພະນັກງານ , ຮັກສາພະນັກງານຢ່າງຖືກຕ້ອງ ແລະ ມີປະສິດທິພາບ, ຊ່ວຍເຮັດໃຫ້ອັດຕາການລາອອກຂອງພະນັກງານຫຼຸດລົງ, ພະນັກງານເຮັດວຽກຢ່າງມີຄວາມສຸກຫຼາຍຂຶ້ນ ແລະ ສາມາດເຮັດວຽກກັບອົງກອນໄດ້ດົນຂຶ້ນ.

event photo

ການສຳຫຼວດເງິນເດືອນຄັ້ງນີ້ແມ່ນເປັນຄັ້ງທີ 3 ທີ່ບໍລິສັດ 108Jobs ແລະ ບໍລິສັດ Wise Research ໄດ້ຈັດຂຶ້ນມາ, ໂດຍມີຈຸດປະສົງເພື່ອລວບລວມຂໍ້ມູນກ່ຽວກັບ ຜົນຕອບແທນ ແລະ ເລື່ອງສະຫວັດດີການໃຫ້ພະນັກງານປະຈຳ ໃນແຕ່ລະອຸດສະຫະກຳວຽກທີ່ແຕກຕ່າງກັນ, ເພື່ອເປັນແນວທາງທີ່ດີໃຫ້ແກ່ບໍລິສັດ ຫຼື ອົງກອນໃນການຕັດສິນໃຈຈ້າງງານພະນັກງານ ແລະ ເປັນປະໂຫຍດຕໍ່ການປັບປຸງລະບົບເງິນເດືອນ ແລະ ສະຫວັດດີການຂອງບໍລິສັດ/ອົງກອນ.

ຄາດໝາຍຂອງການສຳຫຼວດເງິນເດືອນປີ 2024

2022202320242025
63ຈຳນວນບໍລິສັດ
10ອຸດສາຫະກຳ
140ສະຫວັດດີການ
400ຕຳແໜ່ງງານ

ໄລຍະເວລາຂອງການສຳຫຼວດ 2024

timeline

ຂັ້ນຕອນການລົງທະບຽນເຂົ້າຮ່ວມສຳຫຼວດ

  • 1

    ລົງທະບຽນສະແດງຄວາມສົນໃຈເຂົ້າຮ່ວມສຳຫຼວດ

  • 2

    ກອກຂໍ້ມູນບໍລິສັດຂອງທ່ານໃສ່ໃບລົງທະບຽນ

  • 3

    ສົ່ງໃບລົງທະບຽນໃຫ້ພວກເຮົາ

  • 4

    ຊຳລະເງິນ

  • 5

    ປະກອບຂໍ້ມູນໃສ່ການສຳຫຼວດ

  • 6

    ຮັບຜົນສຳຫຼວດເງິນເດືອນ

ສອບຖາມຂໍ້ມູນເພີ່ມຕື່ມ